ໃນວັນທີ 17 ພະຈິກ 2026, ຄະນະຜູ້ແທນຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ (ມຊ), ນຳພາໂດຍ ສຈ. ປອ. ສີທອງ ທອງມະນີວົງ ຫົວໜ້າຄະນະວິຊາ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະປຶກສາຫາລືກັບຜູ້ຕາງໜ້າ ມະຫາວິທະຍາໄລສະຫະປະຊາຊາດ (United Nations University – UNU Resource Nexus) ທີ່ນະຄອນ Dresden, ປະເທດເຢຍລະມັນ, ພາຍໃຕ້ການສະໜັບສະໜູນຈາກໂຄງການ Erasmus Mundus+ ແລະ ແຜນງານ GIZ-PROFEB (EU-Germany). ການຢ້ຽມຢາມຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນປະສົບການ ແລະ ຊອກຫາໂອກາດໃນການຮ່ວມມືດ້ານການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາບຸກຄະລາກອນ. ໃນກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບແນວຄິດການຄຸ້ມຄອງຊັບພະຍາກອນທຳມະຊາດແບບເຊື່ອມໂຍງ (Resource Nexus Approach), ການຟື້ນຟູປ່າໄມ້ ແລະ ພູມສັນຖານ, ການຟື້ນຟູພື້ນທີ່ທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນບໍ່ແຮ່, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງສິ່ງແວດລ້ອມຢ່າງຍືນຍົງ. ນອກຈາກນີ້, ຍັງໄດ້ປຶກສາຫາລືກ່ຽວກັບໂອກາດການຄົ້ນຄວ້າຮ່ວມກັນ, ການແລກປ່ຽນນັກຄົ້ນຄວ້າ […]
Category Archives: ກິດຈະກຳ
ຂໍສະແດງຄວາມຍິນດີຢ່າງຍິ່ງ! ຄະນະວິທະຍາສາດປ່າໄມ້ ຂໍສະແດງຄວາມຊົມເຊີຍ ແລະ ຍິນດີນໍາ: ທ່ານ ອຈ. ປອ. ຄໍາຕາມ ພອນທິບ (ພາກວິຊາເສດຖະສາດປ່າໄມ້ ແລະ ເຕັກໂນໂລຊີປຸງແຕ່ງ) ທີ່ໄດ້ຮັບລາງວັນ “ນັກຄົ້ນຄວ້າດີເດັ່ນ ດ້ານການປະດິດ ແລະ ມະວັດຕະກໍາ” ແລະ ທ່ານ ອຈ. ປອ. ນາງ ເພັດລາສີ ສຸລະເດດ (ພາກວິຊາການຈັດສັນຄຸ້ມຄອງປ່າໄມ້) ທີ່ໄດ້ຮັບລາງວັນ “ນັກຄົ້ນຄວ້າດີເດັ່ນ ດ້ານການຕີພິມວາລະສານ” ເນື່ອງໃນໂອກາດ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ (05.11.1996 – 05.11.2026) ທີ່ມາ: Facebook ຄະນະວິທະຍາສາດປ່າໄມ້
ໃນວັນທີ 4-6 ພະຈິກ 2026 ທີ່ຜ່ານມາ, ຄະນະວິທະຍາສາດປ່າໄມ້ ໄດ້ເຂົ້າຮ່ວມວາງສະແດງຜົນງານການຄົ້ນຄວ້າທາງດ້ານວິຊາການ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ (5 ພະຈິກ 1996 – 5 ພະຈິກ 2026) ຄວບຄູ່ກັບງານວິທະຍາສາດປະຈຳປີ 2026 ທີ່ ມະຫາວິທະຍາໄລແຫ່ງຊາດ. ຜົນງານທີ່ຄະນະໄດ້ນຳມາວາງສະແດງປະກອບມີ ເອກະສານທາງດ້ານວິຊາການ, ຜົນງານການຄົ້ນຄວ້າ, ສື່ການຮຽນ-ການສອນ ແລະ ອຸປະກອນທີ່ຕິດພັນກັບວຽກງານຄົ້ນຄວ້າໃນຂົງເຂດຕ່າງໆ. ໂດຍສະເພາະ ໄດ້ນຳສະເໜີຜົນງານດ້ານຊີວະນາໆພັນ ແລະ ບັນດານະວັດຕະກຳດ້ານປ່າໄມ້ ທີ່ສາມາດນຳໄປປະຍຸກໃຊ້ໃນການອະນຸລັກ ແລະ ພັດທະນາຊັບພະຍາກອນປ່າໄມ້ຢ່າງຍືນຍົງ. ໃນໂອກາດດັ່ງກ່າວ, ບູດວາງສະແດງຜົນງານຂອງຄະນະ ໄດ້ຮັບກຽດຢ່າງສູງຈາກ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະນຳຂັ້ນສູງຈາກ ກະຊວງສຶກສາທິການ ແລະ ກິລາ, ຄະນະນຳມະຫາວິທະຍາໄລແຫ່ງຊາດ, ບັນດາຄະນະວິຊາ, ພະນັກງານ, ຄູ-ອາຈານ ແລະ […]
ໃນວັນທີ 16 ຕຸລາ 2026 ທີ່ຜ່ານມາ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດ ກອງປະຊຸມວິທະຍາສາດການອະນຸລັກຊີວະນາໆພັນແຫ່ງຊາດ ຄັ້ງທີ 9 ປະຈຳປີ 2026 ຂຶ້ນທີ່ຫ້ອງປະຊຸມຂອງຄະນະວິທະຍາສາດປ່າໄມ້. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ສຈ. ປອ. ສີທອງ ທອງມະນີວົງ, ຫົວໜ້າຄະນະວິຊາ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຮສ. ປອ. ສົມຫວັງ ພິມມະວົງ, ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຈາກສະພາວິທະຍາສາດແຫ່ງຊາດ, ຄູ່ຮ່ວມງານສາກົນ, ອົງການ ACIAR ແລະ GIZ, ສະຖາບັນຈາກ ສປ ຈີນ, ບັນດາອົງການຈັດຕັ້ງທາງສັງຄົມ (CSOs), ພ້ອມດ້ວຍຄູ–ອາຈານ, ນັກຄົ້ນຄວ້າ, ນັກວິຊາການ, ນັກສຶກສາ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ລວມທັງໝົດຫຼາຍກວ່າ 200 ຄົນ. ຈຸດປະສົງສຳຄັນຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ທິດທາງ […]
ວິດີໂອປະມວນພາບ ງານສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ພ້ອມພິທີສະຫຼຸບສົກຮຽນ 2025–2026, ເປີດສົກຮຽນໃໝ່ 2026–2027 ແລະ ພິທີມອບ-ຮັບ ປະຕູໂຂງ ແລະ ເສັ້ນທາງເຂົ້າ-ອອກແຫ່ງໃໝ່ ຂອງຄະນະວິທະຍາສາດປ່າໄມ້.
ໃນວັນທີ 14 ຕຸລາ 2026, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບສົກຮຽນ 2025–2026 ແລະ ເປີດສົກຮຽນໃໝ່ 2026–2027 ຢ່າງເປັນທາງການ, ພ້ອມທັງສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026). ພິທີໄດ້ຈັດຂຶ້ນຢ່າງສົມກຽດ ໂດຍການເປັນປະທານຂອງ ທ່ານ ສຈ. ປອ. ສີທອງ ທອງມະນີວົງ, ເລຂາພັກຮາກຖານ ແລະ ຫົວໜ້າຄະນະວິທະຍາສາດປ່າໄມ້, ພ້ອມດ້ວຍ ທ່ານ ອຈ. ໂພແກ້ວ ກຸນນາວົງ, ຮອງຫົວໜ້າຄະນະວິທະຍາສາດປ່າໄມ້. ເຂົ້າຮ່ວມພິທີມີຄູ–ອາຈານ, ພະນັກງານອາວຸໂສບຳນານ, ນັກສຶກສາ, ອະດີດນັກສຶກສາ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ. ໃນໂອກາດດຽວກັນນີ້, ຄະນະວິທະຍາສາດປ່າໄມ້ຍັງໄດ້ຈັດພິທີມອບ–ຮັບປະຕູໂຂງ ແລະ ເສັ້ນທາງເຂົ້າ–ອອກແຫ່ງໃໝ່ ຂອງຄະນະ (ເບື້ອງຫ້ອງການບ້ານຕານມີໄຊ). ປະຕູໂຂງ ແລະ ເສັ້ນທາງດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອຫຼັກຈາກ […]







