ພາກວິຊາການທ່ອງທ່ຽວອະນຸຮັກ
ສາຂາການທ່ອງທ່ຽວອະນຸຮັກ
ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ ແລະ ມີປະສົບການດ້ານການສຳຫຼວດ, ອອກແບບ, ວາງແຜນພັດທະນາ, ການບໍລິການ ແລະ ຄຸ້ມຄອງການທ່ອງທ່ຽວ ທີ່ຕິດພັນກັບທຳມະຊາດ,ປະຫວັດສາດ ແລະ ວັດທະນະທຳທ້ອງຖິ່ນ ເພື່ອນຳໄປປະຍຸກໃຊ້ໃຫ້ເກີດປະໂຫຍດສູງສຸດ, ມີຄວາມສາມາດໃນການຄົ້ນຄິດ, ວິເຄາະ, ປະເມີນ ແລະ ຕິດຕາມກວດກາຢ່າງມີປະສິດ ທິພາບ, ດຸໝັ່ນສະແຫວງຫາຄວາມຮູ້ດ້ວຍຕົນເອງ ແລະ ສາມາດຕິດຕໍ່ສື່ສານກັບຂະແໜງການອື່ນໆ ລວມທັງເປັນຜູ້ມີຄຸນນະທຳ ແລະ ຈະລິຍາທຳ.

ສາຂາການອະນຸຮັກປ່າໄມ້ ແລະ ສັດປ່າ
ພັດທະນາຊັບພະຍາກອນມະນຸດຂອງຊາດໃຫ້ມີຄວາມຮູ້, ຄວາມສາມາດ ແລະ ວິໄສທັດກວ້າງໄກ ໃນການອະນຸຮັກປ່າໄມ້ ແລະ ສັດປ່າ ເພື່ອໃຫ້ສາມາດວາງແຜນ, ຈັດຕັ້ງປະຕິບັດແຜນ, ແລະ ຄົ້ນຄວ້າວິທະຍາສາດທີ່ເປັນເລີດ, ເປັນຜູ້ນຳທາງດ້ານວິຊາການ ທີ່ມີຈັນຍາບັນ, ຮັກວິຊາຊີບ, ມີມະນຸດສໍາພັນທີ່ດີ, ມີຄຸນສົມບັດສິນທຳປະຕິວັດ,ຈົງຮັກພັກດີຕໍ່ຊາດ, ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດນະໂຍ ບາຍ ແລະ ຍຸດທະສາດປ່າໄມ້ຂອງລາວ ແລະ ສາກົນໃຫ້ປະກົດຜົນເປັນຈິງ.


