Monthly Archives: ພະຈິກ 2026

ຄະນະຜູ້ແທນ ຄະນະວິທະຍາສາດປ່າໄມ້ (ມຊ) ຢ້ຽມຢາມ ແລະ ປຶກສາຫາລືການຮ່ວມມືກັບ ມະຫາວິທະຍາໄລສະຫະປະຊາຊາດ (UNU-FLORES) ທີ່ ປະເທດເຢຍລະມັນ

ຄະນະຜູ້ແທນ ຄະນະວິທະຍາສາດປ່າໄມ້ (ມຊ) ຢ້ຽມຢາມ ແລະ ປຶກສາຫາລືການຮ່ວມມືກັບ ມະຫາວິທະຍາໄລສະຫະປະຊາຊາດ (UNU-FLORES) ທີ່ ປະເທດເຢຍລະມັນ

ໃນວັນທີ 17 ພະຈິກ 2026, ຄະນະຜູ້ແທນຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ (ມຊ), ນຳພາໂດຍ ສຈ. ປອ. ສີທອງ ທອງມະນີວົງ ຫົວໜ້າຄະນະວິຊາ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະປຶກສາຫາລືກັບຜູ້ຕາງໜ້າ ມະຫາວິທະຍາໄລສະຫະປະຊາຊາດ (United Nations University – UNU Resource Nexus) ທີ່ນະຄອນ Dresden, ປະເທດເຢຍລະມັນ, ພາຍໃຕ້ການສະໜັບສະໜູນຈາກໂຄງການ Erasmus Mundus+ ແລະ ແຜນງານ GIZ-PROFEB (EU-Germany). ການຢ້ຽມຢາມຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນປະສົບການ ແລະ ຊອກຫາໂອກາດໃນການຮ່ວມມືດ້ານການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາບຸກຄະລາກອນ. ໃນກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບແນວຄິດການຄຸ້ມຄອງຊັບພະຍາກອນທຳມະຊາດແບບເຊື່ອມໂຍງ (Resource Nexus Approach), ການຟື້ນຟູປ່າໄມ້ ແລະ ພູມສັນຖານ, ການຟື້ນຟູພື້ນທີ່ທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນບໍ່ແຮ່, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງສິ່ງແວດລ້ອມຢ່າງຍືນຍົງ. ນອກຈາກນີ້, ຍັງໄດ້ປຶກສາຫາລືກ່ຽວກັບໂອກາດການຄົ້ນຄວ້າຮ່ວມກັນ, ການແລກປ່ຽນນັກຄົ້ນຄວ້າ […]

ຂໍສະແດງຄວາມຍິນດີ ນຳ 2 ອາຈານ ທີ່ໄດ້ຮັບລາງວັນນັກຄົ້ນຄວ້າດີເດັ່ນ ເນື່ອງໃນໂອກາດ ມຊ ຄົບຮອບ 30 ປີ

ຂໍສະແດງຄວາມຍິນດີ ນຳ 2 ອາຈານ ທີ່ໄດ້ຮັບລາງວັນນັກຄົ້ນຄວ້າດີເດັ່ນ ເນື່ອງໃນໂອກາດ ມຊ ຄົບຮອບ 30 ປີ

ຂໍສະແດງຄວາມຍິນດີຢ່າງຍິ່ງ! ຄະນະວິທະຍາສາດປ່າໄມ້ ຂໍສະແດງຄວາມຊົມເຊີຍ ແລະ ຍິນດີນໍາ: ທ່ານ ອຈ. ປອ. ຄໍາຕາມ ພອນທິບ (ພາກວິຊາເສດຖະສາດປ່າໄມ້ ແລະ ເຕັກໂນໂລຊີປຸງແຕ່ງ) ທີ່ໄດ້ຮັບລາງວັນ “ນັກຄົ້ນຄວ້າດີເດັ່ນ ດ້ານການປະດິດ ແລະ ມະວັດຕະກໍາ” ແລະ ທ່ານ ອຈ. ປອ. ນາງ ເພັດລາສີ ສຸລະເດດ (ພາກວິຊາການຈັດສັນຄຸ້ມຄອງປ່າໄມ້) ທີ່ໄດ້ຮັບລາງວັນ “ນັກຄົ້ນຄວ້າດີເດັ່ນ ດ້ານການຕີພິມວາລະສານ” ເນື່ອງໃນໂອກາດ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ (05.11.1996 – 05.11.2026) ທີ່ມາ: Facebook ຄະນະວິທະຍາສາດປ່າໄມ້

ຄະນະວິທະຍາສາດປ່າໄມ້ ຮ່ວມວາງສະແດງຜົນງານການຄົ້ນຄວ້າວິຊາການ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ

ຄະນະວິທະຍາສາດປ່າໄມ້ ຮ່ວມວາງສະແດງຜົນງານການຄົ້ນຄວ້າວິຊາການ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ

ໃນວັນທີ 4-6 ພະຈິກ 2026 ທີ່ຜ່ານມາ, ຄະນະວິທະຍາສາດປ່າໄມ້ ໄດ້ເຂົ້າຮ່ວມວາງສະແດງຜົນງານການຄົ້ນຄວ້າທາງດ້ານວິຊາການ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ (5 ພະຈິກ 1996 – 5 ພະຈິກ 2026) ຄວບຄູ່ກັບງານວິທະຍາສາດປະຈຳປີ 2026 ທີ່ ມະຫາວິທະຍາໄລແຫ່ງຊາດ. ຜົນງານທີ່ຄະນະໄດ້ນຳມາວາງສະແດງປະກອບມີ ເອກະສານທາງດ້ານວິຊາການ, ຜົນງານການຄົ້ນຄວ້າ, ສື່ການຮຽນ-ການສອນ ແລະ ອຸປະກອນທີ່ຕິດພັນກັບວຽກງານຄົ້ນຄວ້າໃນຂົງເຂດຕ່າງໆ. ໂດຍສະເພາະ ໄດ້ນຳສະເໜີຜົນງານດ້ານຊີວະນາໆພັນ ແລະ ບັນດານະວັດຕະກຳດ້ານປ່າໄມ້ ທີ່ສາມາດນຳໄປປະຍຸກໃຊ້ໃນການອະນຸລັກ ແລະ ພັດທະນາຊັບພະຍາກອນປ່າໄມ້ຢ່າງຍືນຍົງ. ໃນໂອກາດດັ່ງກ່າວ, ບູດວາງສະແດງຜົນງານຂອງຄະນະ ໄດ້ຮັບກຽດຢ່າງສູງຈາກ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະນຳຂັ້ນສູງຈາກ ກະຊວງສຶກສາທິການ ແລະ ກິລາ, ຄະນະນຳມະຫາວິທະຍາໄລແຫ່ງຊາດ, ບັນດາຄະນະວິຊາ, ພະນັກງານ, ຄູ-ອາຈານ ແລະ […]