ປະຫວັດຄວາມເປັນມາຂອງຄະນະປ່າໄມ້

ຄະນະປ່າໄມ້ ໄດ້ສ້າງຕັ້ງຂື້ນນັບແຕ່ປີ 1970, ຊຶ່ງເລີ່ມຕົ້ນສ້າງເປັນສູນເຝິກອົບຮົມປ່າໄມ້ຊັ້ນຕົ້ນທົ່ວປະເທດ (Forestry Training Center) ຊຶ່ງໄດ້ຮັບການຊ່ວຍເຫລືອ ແລະ ຮວ່ມມືຈາກ ລັດຖະບານອົດສະຕາລີ. ຮອດປີ1979-1985 ສູນເຝິກອົບຮົມດັ່ງກ່າວໄດ້ມີການປັບປຸງ ແລະ ໄດ້ ກາຍເປັນໂຮງຮຽນວິຊາການປ່າໄມ້ຊັ້ນກາງໂດຍມີໂຄງການຫລັກສູດ 2 ປີ, ໃນເວລານັ້ນໄດ້ມີ 2 ປະເທດໄດ້ໃຫ້ການຊ່ວຍເຫລືອທາງດ້ານເຕັກນິກວິຊາການ ແລະ ການກໍ່ສ້າງພື້ນຖານ, ພາຫາ ນະຮັບໃຊ້, ໃນນັ້ນມີສະຫະພາບໂຊວຽດ ແລະ ສາທາລະນະລັດປະຊາທິປະໄຕ ເຢຍລະມັນ. ຮອດປີ 1986 ໂຮງຮຽນວິຊາການປ່າໄມ້ຊັ້ນກາງດັ່ງກ່າວໄດ້ຖືກປັບປຸງ ແລະ ສ້າງໃຫ້ເປັນໂຮງຮຽນວິຊາການ ປ່າໄມ້ຊັ້ນສູງ. ປີ1996-1998  ໄດ້ຖືກປັບປຸງ ແລະ ກໍ່ສ້າງເປັນຄະນະກະເສດສາດ ແລະ ປ່າໄມ້ ຂື້ນ ກັບມະຫາວິທະຍາໄລແຫ່ງຊາດ. 1998-2000 ຄະນະປ່າໄມ້ ໄດ້ຮວມຕົວເຂົ້າກັບ ຄະນະກະເສດ ສາດ (ນາບົງ) ແລະ ໄດ້ກາຍເປັນຄະນະໜຶ່ງເອີ້ນວ່າ: ຄະນະກະເສດສາດ ແລະ ປ່າໄມ້. ອັນນັ້ນ ແມ່ນຍຸດທະສາດຂອງການສຶກສາຂອງຊາດ ໃນການປັບປຸງທາງດ້ານຄຸນນະພາບຂອງການສຶກສາ ໃນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອໃຫ້ເທົ່າທຽມກັບລະດັບຂອງສາກົນ. ມາຮອດປີ 2000 ໄດ້ມີການປັບປຸງ ແລະ ພັດທະນາ ຫລັກສູດ ແລະ ໄດ້ມາແຍກຕົວອອກເປັນ 2 ຄະນະຄື: ຄະນະປ່າໄມ້ຢູ່ວິທະຍາເຂດດົງໂດກ ແລະ ຄະນະກະເສດສາດຢູ່ວິທະຍາເຂດນາບົງ.

ຄະນະປ່າໄມ້ ໃນປະຈຸບັນກໍໄດ້ສືບຕໍ່ປັບປຸງຫລັກສູດວິຊາການປ່າໄມ້ ໃນລະດັບປະລິນຍາຕີ ຕາມຈຸດປະສົງ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ  ໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈາກ ລັດຖະບານເຢຍລະມັນ ໂດຍໄດ້ໃສ່ຊື່ ໂຄງການວ່າ: ໂຄງການສົ່ງເສີມການສຶກສາດ້ານປ່າໄມ້ (PROFEP) ທີ່ມີເນື້ອທີ່ປ່າໄມ້ທົດລອງ ແລະ ຕົວແບບ ຢູ່ເມືອງສັງທອງ ກວມເອົາເນື້ອທີ່ 20,800 ເຮັກຕາ, ຊຶ່ງໂຄງການດັ່ງກ່າວໄດ້ເລີ່ມຕົ້ນດຳ ເນີນວຽກງານໃນປີ 1994 ເປັນຕົ້ນມາຈົນເຖິງຕົ້ນ ປີ 2003 ໂຄງການດັ່ງກ່າວຈຶ່ງໄດ້ໝົດສັນຍາການ ຊ່ວຍເຫລືອ.