ຫຼັກສູດປະລິນຍາຕີ

ປັດຊະຍາ

ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ ແລະ ມີປະສົບການດ້ານການສຳຫຼວດ, ອອກແບບ, ວາງແຜນພັດທະນາ, ການບໍລິການ ແລະ ຄຸ້ມຄອງການທ່ອງທ່ຽວ ທີ່ຕິດພັນກັບທຳມະຊາດ,ປະຫວັດສາດ ແລະ ວັດທະນະທຳທ້ອງຖິ່ນ ເພື່ອນຳໄປປະຍຸກໃຊ້ໃຫ້ເກີດປະໂຫຍດສູງສຸດ, ມີຄວາມສາມາດໃນການຄົ້ນຄິດ, ວິເຄາະ, ປະເມີນ ແລະ ຕິດຕາມກວດກາຢ່າງມີປະສິດ ທິພາບ, ດຸໝັ່ນສະແຫວງຫາຄວາມຮູ້ດ້ວຍຕົນເອງ ແລະ ສາມາດຕິດຕໍ່ສື່ສານກັບຂະແໜງການອື່ນໆ ລວມທັງເປັນຜູ້ມີຄຸນນະທຳ ແລະ ຈະລິຍາທຳ.

ຈຸດປະສົງ

·ສ້າງຊັບພະຍາກອນມະນຸດໃຫ້ມີຄວາມຮູ້ດ້ານຫຼັກການ ແລະ ທິດສະດີ ດ້ານການສຳຫຼວດ, ອອກແບບ, ວາງແຜນພັດທະນາ, ການບໍລິການທ່ອງທ່ຽວ ແລະ ຄຸ້ມຄອງການທ່ອງທ່ຽວ ທີ່ຕິດພັນກັບທຳມະຊາດ,ປະຫວັດສາດ ແລະ ວັດທະນະທຳທ້ອງຖິ່ນ.
·ສ້າງຊັບພະຍາກອນມະນຸດໃຫ້ມີຄວາມສາມາດໃນການສຳຫຼວດ ແລະ ອອກແບບແຫຼ່ງທ່ອງທ່ຽວ, ການວາງແຜນພັດທະນາແຫຼ່ງທ່ອງທ່ຽວ, ການບໍລິການທ່ອງທ່ຽວ ແລະ  ຄຸ້ມຄອງການທ່ອງທ່ຽວ ໃນພື້ນທີ່ປ່າໄມ້.
·ສ້າງຊັບພະຍາກອນມະນຸດໃຫ້ມີທັກສະ ໃນການຄົ້ນຄວ້າວິທະຍາສາດ ແລະ  ບໍລິການດ້ານວິຊາການ, ສາມາດພົວພັນ-ສື່ສານ ນຳໃຊ້ເທັກໂນໂລຊີ, ສາມາດຖ່າຍທອດຄວາມຮູ້ດ້ານວິຊາສະເພາະ, ມີທັກສະຄວາມເປັນຜູ້ນຳ ແລະ ມີຄຸນນະທຳ.

ປັດສະຍາ

ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ ແລະ ວິໄສທຼັດກວ້າງໄກໃນການຄຸ້ມຄອງ ປ່າໄມ້ຊຸມຊົນ, ການສົ່ງເສີມກະສິກໍາ ແລະ ປ່າໄມ້, ການປັບໂຕຂອງຊຸມຊົນຕໍ່ກັບການປ່ຽນແປງດິນຟ້າອາກາດ, ການແກ້ໄຂຂໍ້ຂັດແຍ່ງໃນຊຸມຊົນ, ການພັດທະນາຊົນນະບົດ ແລະ ທຸລະກິດຂະໜາດນ້ອຍຕາມແນວ ທາງການພຼັດທະນາແບບຍືນຍົງ, ມີທັກສະໃນການພຼັດທະນາ ຄົ້ນຄວ້າຮ່ວມກຼັບຊຸມຊົນ ພຽບພ້ອມທັງ ຄຸນສົມບັດ, ມີຄຸນນະທໍາ ແລະຈະລິຍະທໍາ.

ປັດຊະຍາ

ພັດທະນາຊັບພະຍາກອນມະນຸດຂອງຊາດໃຫ້​ມີຄວາມ​ຮູ້, ​ຄວາມສາມາດ ແລະ ວິໄສທັດກວ້າງໄກ ໃນການອະນຸຮັກປ່າໄມ້ ແລະ ສັດປ່າ ເພື່ອໃຫ້​ສາ​ມາດວາງແຜນ, ຈັດຕັ້ງປະຕິບັດແຜນ, ແລະ ຄົ້ນຄວ້າວິທະຍາສາດທີ່ເປັນເລີດ, ເປັນຜູ້ນຳທາງດ້ານວິຊາການ ທີ່ມີຈັນຍາບັນ, ຮັກວິຊາຊີບ, ມີມະນຸດສໍາພັນທີ່ດີ, ມີຄຸນສົມບັດສິນ​ທຳ​ປະຕິວັດ,ຈົງຮັກພັກດີ​ຕໍ່​ຊາດ, ​​ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຈັດຕັ້ງປະຕິບັດນະໂຍ ບາຍ ແລະ ຍຸດທະສາດປ່າໄມ້ຂອງລາວ ແລະ ສາກົນໃຫ້ປະກົດຜົນເປັນຈິງ.