ພາກວິຊາການປ່າໄມ້ຊຸມຊົນ ແລະ ພັດທະນາຊົນນະບົດ

ປັດສະຍາ

ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມຮູ້, ຄວາມສາມາດ ແລະ ວິໄສທຼັດກວ້າງໄກໃນການຄຸ້ມຄອງ ປ່າໄມ້ຊຸມຊົນ, ການສົ່ງເສີມກະສິກໍາ ແລະ ປ່າໄມ້, ການປັບໂຕຂອງຊຸມຊົນຕໍ່ກັບການປ່ຽນແປງດິນຟ້າອາກາດ, ການແກ້ໄຂຂໍ້ຂັດແຍ່ງໃນຊຸມຊົນ, ການພັດທະນາຊົນນະບົດ ແລະ ທຸລະກິດຂະໜາດນ້ອຍຕາມແນວ ທາງການພຼັດທະນາແບບຍືນຍົງ, ມີທັກສະໃນການພຼັດທະນາ ຄົ້ນຄວ້າຮ່ວມກຼັບຊຸມຊົນ ພຽບພ້ອມທັງ ຄຸນສົມບັດ, ມີຄຸນນະທໍາ ແລະຈະລິຍະທໍາ.

ສາຂາ ການປ່າໄມ້ຊຸມຊົນ ແລະ ພັດທະນາຊົນນະບົດຮຽນກ່ຽວກັບຫຍັງ?

ສາຂາການປ່າໄມ້ຊຸມຊົນ ແລະ ພັດທະນາຊົນນະບົດສຶກສາລົງເລິກກ່ຽວກັບການຄຸ້ມຄອງປ່າໄມ້ບ້ານ ແບບມີສ່ວນຮ່ວມ, ການສົ່ງເສີມກະສິກຳ-ປ່າໄມ້ ແລະ ການວາງແຜນພັດທະນາຊົນນະບົດ, ລວມເຖິງການອະນຸລັກຊັບພະຍາກອນທໍາມະຊາດ, ການຈັດການປ່າໄມ້ຕົວເມືອງ ແລະ ສວນສາທາລະນະ, ການພັດທະນາທຸລະກິດຂະໜາດນ້ອຍ ແລະ ການປຸງແຕ່ງຜະລິດຕະພັນກະສິກຳ.