Monthly Archives: ຕຸລາ 2026

ຄະນະວິທະຍາສາດປ່າໄມ້ ຈັດກອງປະຊຸມວິທະຍາສາດການອະນຸລັກຊີວະນາໆພັນແຫ່ງຊາດ ຄັ້ງທີ 9 ເພື່ອສົ່ງເສີມການອະນຸລັກຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນໃນ ສປປ ລາວ

ຄະນະວິທະຍາສາດປ່າໄມ້ ຈັດກອງປະຊຸມວິທະຍາສາດການອະນຸລັກຊີວະນາໆພັນແຫ່ງຊາດ ຄັ້ງທີ 9 ເພື່ອສົ່ງເສີມການອະນຸລັກຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນໃນ ສປປ ລາວ

ໃນວັນທີ 16 ຕຸລາ 2026 ທີ່ຜ່ານມາ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດ ກອງປະຊຸມວິທະຍາສາດການອະນຸລັກຊີວະນາໆພັນແຫ່ງຊາດ ຄັ້ງທີ 9 ປະຈຳປີ 2026 ຂຶ້ນທີ່ຫ້ອງປະຊຸມຂອງຄະນະວິທະຍາສາດປ່າໄມ້. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ສຈ. ປອ. ສີທອງ ທອງມະນີວົງ, ຫົວໜ້າຄະນະວິຊາ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຮສ. ປອ. ສົມຫວັງ ພິມມະວົງ, ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ. ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຈາກສະພາວິທະຍາສາດແຫ່ງຊາດ, ຄູ່ຮ່ວມງານສາກົນ, ອົງການ ACIAR ແລະ GIZ, ສະຖາບັນຈາກ ສປ ຈີນ, ບັນດາອົງການຈັດຕັ້ງທາງສັງຄົມ (CSOs), ພ້ອມດ້ວຍຄູ–ອາຈານ, ນັກຄົ້ນຄວ້າ, ນັກວິຊາການ, ນັກສຶກສາ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ລວມທັງໝົດຫຼາຍກວ່າ 200 ຄົນ. ຈຸດປະສົງສຳຄັນຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ທິດທາງ […]

ວິດີໂອ: ງານສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ພ້ອມສະຫຼຸບ-ເປີດສົກຮຽນໃໝ່ ແລະ ມອບ-ຮັບ ປະຕູໂຂງ-ເສັ້ນທາງໃໝ່

ຄະນະວິທະຍາສາດປ່າໄມ້ ຈັດພິທີສະຫຼຸບສົກຮຽນ 2025–2026, ເປີດສົກຮຽນໃໝ່ 2026–2027, ສະເຫຼີມສະຫຼອງວັນຄູແຫ່ງຊາດ ແລະ ມອບ–ຮັບປະຕູໂຂງພ້ອມເສັ້ນທາງເຂົ້າ–ອອກແຫ່ງໃໝ່

ວິດີໂອປະມວນພາບ ງານສະເຫຼີມສະຫຼອງ ວັນຄູແຫ່ງຊາດ 7 ຕຸລາ ພ້ອມພິທີສະຫຼຸບສົກຮຽນ 2025–2026, ເປີດສົກຮຽນໃໝ່ 2026–2027 ແລະ ພິທີມອບ-ຮັບ ປະຕູໂຂງ ແລະ ເສັ້ນທາງເຂົ້າ-ອອກແຫ່ງໃໝ່ ຂອງຄະນະວິທະຍາສາດປ່າໄມ້.

ຄະນະວິທະຍາສາດປ່າໄມ້ ຈັດພິທີສະຫຼຸບສົກຮຽນ 2025–2026, ເປີດສົກຮຽນໃໝ່ 2026–2027, ສະເຫຼີມສະຫຼອງວັນຄູແຫ່ງຊາດ ແລະ ມອບ–ຮັບປະຕູໂຂງພ້ອມເສັ້ນທາງເຂົ້າ–ອອກແຫ່ງໃໝ່

ຄະນະວິທະຍາສາດປ່າໄມ້ ຈັດພິທີສະຫຼຸບສົກຮຽນ 2025–2026, ເປີດສົກຮຽນໃໝ່ 2026–2027, ສະເຫຼີມສະຫຼອງວັນຄູແຫ່ງຊາດ ແລະ ມອບ–ຮັບປະຕູໂຂງພ້ອມເສັ້ນທາງເຂົ້າ–ອອກແຫ່ງໃໝ່

ໃນວັນທີ 14 ຕຸລາ 2026, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບສົກຮຽນ 2025–2026 ແລະ ເປີດສົກຮຽນໃໝ່ 2026–2027 ຢ່າງເປັນທາງການ, ພ້ອມທັງສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026). ພິທີໄດ້ຈັດຂຶ້ນຢ່າງສົມກຽດ ໂດຍການເປັນປະທານຂອງ ທ່ານ ສຈ. ປອ. ສີທອງ ທອງມະນີວົງ, ເລຂາພັກຮາກຖານ ແລະ ຫົວໜ້າຄະນະວິທະຍາສາດປ່າໄມ້, ພ້ອມດ້ວຍ ທ່ານ ອຈ. ໂພແກ້ວ ກຸນນາວົງ, ຮອງຫົວໜ້າຄະນະວິທະຍາສາດປ່າໄມ້. ເຂົ້າຮ່ວມພິທີມີຄູ–ອາຈານ, ພະນັກງານອາວຸໂສບຳນານ, ນັກສຶກສາ, ອະດີດນັກສຶກສາ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ. ໃນໂອກາດດຽວກັນນີ້, ຄະນະວິທະຍາສາດປ່າໄມ້ຍັງໄດ້ຈັດພິທີມອບ–ຮັບປະຕູໂຂງ ແລະ ເສັ້ນທາງເຂົ້າ–ອອກແຫ່ງໃໝ່ ຂອງຄະນະ (ເບື້ອງຫ້ອງການບ້ານຕານມີໄຊ). ປະຕູໂຂງ ແລະ ເສັ້ນທາງດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອຫຼັກຈາກ […]