ສ້າງບຸກຄະລາກອນໃຫ້ມີຄວາມຮູ້ທາງດ້ານ ທິດສະດີ ແລະ ພາກປະຕິບັດ ໃນດ້ານການຈັດການປ່າໄມ້, ສາມາດນໍາເອົາຄວາມຮູ້ດ້ານ ການສໍາຫຼວດປ່າໄມ້, ການສ້າງປ່າ (ວະນະວັດ), ຊີວະວິທະຍາປ່າໄມ້ ແລະ ການວາງແຜນ ຄຸ້ມຄອງປ່າໄມ້ ໄປປະຍຸກໃຊ້ໄດ້ຢ່າງເໝາະສົມ, ມີຄວາມສາມາດໃນການ ຄົ້ນຄິດ ວິເຄາະ ແລະ ສັງເຄາະ ຢ່າງເປັນ ລະບົບ, ດຸໝັ່ນສະແຫວງຫາຄວາມຮູ້ດ້ວຍຕົນເອງ ແລະ ສາມາດຕິດຕໍ່ສື່ສານກັບຜູ້ອື່ນໄດ້ເປັນຢ່າງດີ ລວມທັງ ເປັນຜູ້ມີ ຄຸນນະທໍາ ແລະ ຈະລິຍະທໍາ.