ໃນວັນທີ 17 ພະຈິກ 2026, ຄະນະຜູ້ແທນຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ (ມຊ), ນຳພາໂດຍ ສຈ. ປອ. ສີທອງ ທອງມະນີວົງ ຫົວໜ້າຄະນະວິຊາ ໄດ້ເຂົ້າຢ້ຽມຢາມ ແລະ ພົບປະປຶກສາຫາລືກັບຜູ້ຕາງໜ້າ ມະຫາວິທະຍາໄລສະຫະປະຊາຊາດ (United Nations University – UNU Resource Nexus) ທີ່ນະຄອນ Dresden, ປະເທດເຢຍລະມັນ, ພາຍໃຕ້ການສະໜັບສະໜູນຈາກໂຄງການ Erasmus Mundus+ ແລະ ແຜນງານ GIZ-PROFEB (EU-Germany).
ການຢ້ຽມຢາມຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນປະສົບການ ແລະ ຊອກຫາໂອກາດໃນການຮ່ວມມືດ້ານການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາບຸກຄະລາກອນ. ໃນກອງປະຊຸມ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບແນວຄິດການຄຸ້ມຄອງຊັບພະຍາກອນທຳມະຊາດແບບເຊື່ອມໂຍງ (Resource Nexus Approach), ການຟື້ນຟູປ່າໄມ້ ແລະ ພູມສັນຖານ, ການຟື້ນຟູພື້ນທີ່ທີ່ໄດ້ຮັບຜົນກະທົບຈາກການຂຸດຄົ້ນບໍ່ແຮ່, ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງສິ່ງແວດລ້ອມຢ່າງຍືນຍົງ. ນອກຈາກນີ້, ຍັງໄດ້ປຶກສາຫາລືກ່ຽວກັບໂອກາດການຄົ້ນຄວ້າຮ່ວມກັນ, ການແລກປ່ຽນນັກຄົ້ນຄວ້າ ແລະ ນັກສຶກສາ, ການຝຶກອົບຮົມ ແລະ ການພັດທະນາບຸກຄະລາກອນ ລວມທັງໂອກາດການສຶກສາລະດັບປະລິນຍາເອກ ໂດຍຮ່ວມມືກັບມະຫາວິທະຍາໄລເຕັກໂນໂລຊີ Dresden (TU Dresden).
ຜົນຂອງການພົບປະ: ສອງຝ່າຍໄດ້ສະແດງຄວາມສົນໃຈທີ່ຈະສືບຕໍ່ພັດທະນາການຮ່ວມມື ໂດຍເລີ່ມຈາກການສຶກສາຄວາມເປັນໄປໄດ້ໃນການຈັດຝຶກອົບຮົມໄລຍະສັ້ນກ່ຽວກັບການຄຸ້ມຄອງຊັບພະຍາກອນທຳມະຊາດແບບເຊື່ອມໂຍງ ຢູ່ ສປປ ລາວ, ພ້ອມທັງຊອກຫາແຫຼ່ງທຶນ ແລະ ຄູ່ຮ່ວມມືເພື່ອຂະຫຍາຍໄປສູ່ການຄົ້ນຄວ້າ ແລະ ການພັດທະນາວິຊາການຮ່ວມກັນໃນອະນາຄົດ.
ການຢ້ຽມຢາມຄັ້ງນີ້ນັບເປັນອີກກ້າວໜຶ່ງທີ່ສຳຄັນໃນການຂະຫຍາຍເຄືອຂ່າຍການຮ່ວມມືສາກົນຂອງຄະນະວິທະຍາສາດປ່າໄມ້, ເພື່ອຍົກລະດັບຄຸນນະພາບການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການພັດທະນາຊັບພະຍາກອນມະນຸດໃຫ້ສາມາດເຊື່ອມໂຍງກັບເຄືອຂ່າຍວິຊາການໃນລະດັບສາກົນ.
ທີ່ມາ: Facebook ຄະນະວິທະຍາສາດປ່າໄມ້



