ໃນວັນທີ 14 ຕຸລາ 2026, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະຫຼຸບສົກຮຽນ 2025–2026 ແລະ ເປີດສົກຮຽນໃໝ່ 2026–2027 ຢ່າງເປັນທາງການ, ພ້ອມທັງສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026).
ພິທີໄດ້ຈັດຂຶ້ນຢ່າງສົມກຽດ ໂດຍການເປັນປະທານຂອງ ທ່ານ ສຈ. ປອ. ສີທອງ ທອງມະນີວົງ, ເລຂາພັກຮາກຖານ ແລະ ຫົວໜ້າຄະນະວິທະຍາສາດປ່າໄມ້, ພ້ອມດ້ວຍ ທ່ານ ອຈ. ໂພແກ້ວ ກຸນນາວົງ, ຮອງຫົວໜ້າຄະນະວິທະຍາສາດປ່າໄມ້. ເຂົ້າຮ່ວມພິທີມີຄູ–ອາຈານ, ພະນັກງານອາວຸໂສບຳນານ, ນັກສຶກສາ, ອະດີດນັກສຶກສາ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ.
ໃນໂອກາດດຽວກັນນີ້, ຄະນະວິທະຍາສາດປ່າໄມ້ຍັງໄດ້ຈັດພິທີມອບ–ຮັບປະຕູໂຂງ ແລະ ເສັ້ນທາງເຂົ້າ–ອອກແຫ່ງໃໝ່ ຂອງຄະນະ (ເບື້ອງຫ້ອງການບ້ານຕານມີໄຊ).
ປະຕູໂຂງ ແລະ ເສັ້ນທາງດັ່ງກ່າວ ໄດ້ຮັບການຊ່ວຍເຫຼືອຫຼັກຈາກ ທ່ານ ຈິດຕະວົງ ຄຳພິລາວັນ, ຜູ້ອຳນວຍການໂຮງຮຽນ Earthkeeper School, ພ້ອມດ້ວຍການປະກອບສ່ວນຂອງອະດີດນັກສຶກສາປ່າໄມ້ຈາກແຂວງເຊກອງ. ນອກຈາກນີ້, ຍັງໄດ້ຮັບການສະໜັບສະໜູນຈາກຮ້ານຄ້າ, ບໍລິສັດ, ນັກທຸລະກິດ, ອະດີດນັກສຶກສາ ແລະ ຫຼາຍພາກສ່ວນທີ່ໄດ້ຮ່ວມແຮງຮ່ວມໃຈປະກອບສ່ວນເຂົ້າໃນການພັດທະນາຄະນະວິທະຍາສາດປ່າໄມ້.
ໃນຕອນທ້າຍຂອງພິທີ ໄດ້ມີການມອບໃບຍ້ອງຍໍ ແລະ ໃບສັນລະເສີນຜົນງານໃຫ້ແກ່ຄູ–ອາຈານ, ພະນັກງານອາວຸໂສບຳນານ, ອະດີດນັກສຶກສາ ແລະ ບັນດາພາກສ່ວນທຸລະກິດ ທີ່ໄດ້ປະກອບສ່ວນດ້ານສະຕິປັນຍາ, ແຮງງານ ແລະ ທຶນຮອນ ເຂົ້າໃນການພັດທະນາຄະນະວິທະຍາສາດປ່າໄມ້ ໃຫ້ມີຄວາມເຂັ້ມແຂງ ແລະ ຈະເລີນກ້າວໜ້າຢ່າງຕໍ່ເນື່ອງ.
ຄະນະວິທະຍາສາດປ່າໄມ້ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ບັນດາບຸກຄົນ ແລະ ພາກສ່ວນທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ປະກອບສ່ວນຕໍ່ການພັດທະນາຄະນະໃນຄັ້ງນີ້.
ທີ່ມາ: Facebook ຄະນະວິທະຍາສາດປ່າໄມ້






