ຄະນະວິທະຍາສາດປ່າໄມ້ ຈັດກອງປະຊຸມວິທະຍາສາດການອະນຸລັກຊີວະນາໆພັນແຫ່ງຊາດ ຄັ້ງທີ 9 ເພື່ອສົ່ງເສີມການອະນຸລັກຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນໃນ ສປປ ລາວ

ຄະນະວິທະຍາສາດປ່າໄມ້ ຈັດກອງປະຊຸມວິທະຍາສາດການອະນຸລັກຊີວະນາໆພັນແຫ່ງຊາດ ຄັ້ງທີ 9 ເພື່ອສົ່ງເສີມການອະນຸລັກຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນໃນ ສປປ ລາວ

ໃນວັນທີ 16 ຕຸລາ 2026 ທີ່ຜ່ານມາ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດ ກອງປະຊຸມວິທະຍາສາດການອະນຸລັກຊີວະນາໆພັນແຫ່ງຊາດ ຄັ້ງທີ 9 ປະຈຳປີ 2026 ຂຶ້ນທີ່ຫ້ອງປະຊຸມຂອງຄະນະວິທະຍາສາດປ່າໄມ້.

ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ສຈ. ປອ. ສີທອງ ທອງມະນີວົງ, ຫົວໜ້າຄະນະວິຊາ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຮສ. ປອ. ສົມຫວັງ ພິມມະວົງ, ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ.

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າຈາກສະພາວິທະຍາສາດແຫ່ງຊາດ, ຄູ່ຮ່ວມງານສາກົນ, ອົງການ ACIAR ແລະ GIZ, ສະຖາບັນຈາກ ສປ ຈີນ, ບັນດາອົງການຈັດຕັ້ງທາງສັງຄົມ (CSOs), ພ້ອມດ້ວຍຄູ–ອາຈານ, ນັກຄົ້ນຄວ້າ, ນັກວິຊາການ, ນັກສຶກສາ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ລວມທັງໝົດຫຼາຍກວ່າ 200 ຄົນ.

ຈຸດປະສົງສຳຄັນຂອງກອງປະຊຸມ ແມ່ນເພື່ອເຜີຍແຜ່ທິດທາງ ແລະ ນະໂຍບາຍຂອງລັດຖະບານ, ນຳສະເໜີຜົນການສຶກສາຄົ້ນຄວ້າທາງວິທະຍາສາດໃນຂົງເຂດປ່າໄມ້ ແລະ ເປີດເວທີໃຫ້ນັກຄົ້ນຄວ້າ, ນັກວິຊາການ, ນັກສຶກສາ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ແລກປ່ຽນບົດຮຽນ, ຜົນງານ ແລະ ແນວຄວາມຄິດທາງວິຊາການ.

ເນື້ອໃນການນຳສະເໜີກວມເອົາວຽກງານດ້ານການອະນຸລັກ ແລະ ປົກປັກຮັກສາປ່າໄມ້, ການຄຸ້ມຄອງຊີວະນາໆພັນ, ການນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ການພັດທະນານະວັດຕະກຳດ້ານປ່າໄມ້.

ໃນໂອກາດນີ້, ທ່ານ ສຈ. ປອ. ສີທອງ ທອງມະນີວົງ ໄດ້ກ່າວວ່າ ສປປ ລາວ ເປັນໜຶ່ງໃນປະເທດທີ່ມີຄວາມອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍດ້ານຊີວະນາໆພັນສູງໃນພາກພື້ນອິນດູຈີນ. ຢ່າງໃດກໍຕາມ, ປະເທດຍັງກຳລັງປະເຊີນກັບຫຼາຍສິ່ງທ້າທາຍ ເຊັ່ນ: ການປ່ຽນແປງສະພາບອາກາດ, ການສູນເສຍຖິ່ນທີ່ຢູ່ອາໄສຂອງສັດປ່າ, ໄຟໄໝ້ປ່າ ແລະ ຄວາມກົດດັນຈາກການພັດທະນາດ້ານເສດຖະກິດ–ສັງຄົມ.

ທ່ານຍັງໄດ້ເນັ້ນວ່າ ກອງປະຊຸມຄັ້ງນີ້ເປັນເວທີສຳຄັນສຳລັບການແລກປ່ຽນທາງວິຊາການ ແລະ ເຊື່ອມຕໍ່ການຮ່ວມມືໃນລະດັບສາກົນ, ລວມທັງການຮ່ວມມືກັບ ປະເທດອົດສະຕຣາລີ ຜ່ານໂຄງການ ACIAR ແລະ ການຄົ້ນຄວ້າຮ່ວມກັບສະຖາບັນຈາກ ສປ ຈີນ, ເຊິ່ງມີສ່ວນສຳຄັນຕໍ່ການຄົ້ນພົບ ແລະ ສຶກສາຊະນິດພັນພືດໃໝ່ໃນຫຼາຍພື້ນທີ່ ລວມທັງເຂດພູຫີນປູນ.

ພ້ອມກັນນັ້ນ, ທ່ານໄດ້ເນັ້ນເຖິງບົດບາດຂອງຄະນະວິທະຍາສາດປ່າໄມ້ ໃນການສ້າງ ແລະ ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ເພື່ອປະກອບສ່ວນຕໍ່ວຽກງານປ່າໄມ້ ແລະ ການອະນຸລັກຊີວະນາໆພັນ.

ກອງປະຊຸມຍັງໄດ້ເປີດໂອກາດໃຫ້ນັກຄົ້ນຄວ້າຮຸ່ນໃໝ່, ໂດຍສະເພາະນັກສຶກສາລະດັບປະລິນຍາໂທ ແລະ ປະລິນຍາເອກ ໄດ້ນຳສະເໜີຜົນງານ ແລະ ແນວຄວາມຄິດໃໝ່ດ້ານການຄົ້ນຄວ້າວິທະຍາສາດປ່າໄມ້ໃນ ສປປ ລາວ.

ພາຍໃນກອງປະຊຸມ ໄດ້ມີການນຳສະເໜີຜົນງານຄົ້ນຄວ້າທັງໝົດ 43 ຫົວຂໍ້, ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມຫຼາກຫຼາຍຂອງວຽກງານຄົ້ນຄວ້າ ແລະ ຄວາມກ້າວໜ້າທາງວິຊາການໃນຂົງເຂດປ່າໄມ້ ແລະ ຊີວະນາໆພັນ.

ກອງປະຊຸມຄັ້ງນີ້ໄດ້ກາຍເປັນເວທີສຳຄັນໃນການເຜີຍແຜ່ຜົນງານຄົ້ນຄວ້າ, ແລກປ່ຽນຄວາມຮູ້ ແລະ ປະສົບການ, ສ້າງເຄືອຂ່າຍຄວາມຮ່ວມມື ພ້ອມທັງສົ່ງເສີມການນຳໃຊ້ຜົນການຄົ້ນຄວ້າເຂົ້າໃນວຽກງານອະນຸລັກປ່າໄມ້ ແລະ ການຄຸ້ມຄອງຊີວະນາໆພັນຢ່າງຍືນຍົງໃນ ສປປ ລາວ.

ພາບ: ຄະນະວິທະຍາສາດປ່າໄມ້

ຂ່າວ: ຄະນະວິທະຍາສາດປ່າໄມ້

ທີ່ມາ: Facebook ຄະນະວິທະຍາສາດປ່າໄມ້

ຂຽນຄຳຕອບກັບ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *