ຄະນະວິທະຍາສາດປ່າໄມ້ ຮ່ວມວາງສະແດງຜົນງານການຄົ້ນຄວ້າວິຊາການ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ

ຄະນະວິທະຍາສາດປ່າໄມ້ ຮ່ວມວາງສະແດງຜົນງານການຄົ້ນຄວ້າວິຊາການ ໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ

ໃນວັນທີ 4-6 ພະຈິກ 2026 ທີ່ຜ່ານມາ, ຄະນະວິທະຍາສາດປ່າໄມ້ ໄດ້ເຂົ້າຮ່ວມວາງສະແດງຜົນງານການຄົ້ນຄວ້າທາງດ້ານວິຊາການ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ (5 ພະຈິກ 1996 – 5 ພະຈິກ 2026) ຄວບຄູ່ກັບງານວິທະຍາສາດປະຈຳປີ 2026 ທີ່ ມະຫາວິທະຍາໄລແຫ່ງຊາດ.

ຜົນງານທີ່ຄະນະໄດ້ນຳມາວາງສະແດງປະກອບມີ ເອກະສານທາງດ້ານວິຊາການ, ຜົນງານການຄົ້ນຄວ້າ, ສື່ການຮຽນ-ການສອນ ແລະ ອຸປະກອນທີ່ຕິດພັນກັບວຽກງານຄົ້ນຄວ້າໃນຂົງເຂດຕ່າງໆ. ໂດຍສະເພາະ ໄດ້ນຳສະເໜີຜົນງານດ້ານຊີວະນາໆພັນ ແລະ ບັນດານະວັດຕະກຳດ້ານປ່າໄມ້ ທີ່ສາມາດນຳໄປປະຍຸກໃຊ້ໃນການອະນຸລັກ ແລະ ພັດທະນາຊັບພະຍາກອນປ່າໄມ້ຢ່າງຍືນຍົງ.

ໃນໂອກາດດັ່ງກ່າວ, ບູດວາງສະແດງຜົນງານຂອງຄະນະ ໄດ້ຮັບກຽດຢ່າງສູງຈາກ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະນຳຂັ້ນສູງຈາກ ກະຊວງສຶກສາທິການ ແລະ ກິລາ, ຄະນະນຳມະຫາວິທະຍາໄລແຫ່ງຊາດ, ບັນດາຄະນະວິຊາ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຢ້ຽມຢາມ ແລະ ຮັບຊົມຜົນງານການຄົ້ນຄວ້າຢ່າງໃກ້ຊິດ.

ໃນໄລຍະການເຂົ້າຢ້ຽມຊົມ, ທ່ານປະທານປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງຄະນະວິທະຍາສາດປ່າໄມ້ ພ້ອມທັງໃຫ້ຄຳແນະນຳ ແລະ ທິດຊີ້ນຳສຳຄັນ ໂດຍເນັ້ນໃຫ້ຄະນະນຳ, ຄູ-ອາຈານ ແລະ ນັກຄົ້ນຄວ້າ ສືບຕໍ່ພັດທະນາວຽກງານຄົ້ນຄວ້າວິທະຍາສາດໃຫ້ກ້າວໜ້າຍິ່ງຂຶ້ນ.

ພິເສດ, ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການອະນຸລັກຊີວະນາໆພັນຢ່າງຍືນຍົງ ຄຽງຄູ່ກັບການພັດທະນານະວັດຕະກຳຈາກເສດໄມ້ ແລະ ພືດຜົນກະສິກຳ ຜ່ານຂະບວນການແປຮູບເພື່ອສ້າງມູນຄ່າເພີ່ມ, ຊ່ວຍໃຫ້ການນຳໃຊ້ຊັບພະຍາກອນເກີດປະສິດທິພາບສູງສຸດ ແລະ ສ້າງຜົນປະໂຫຍດໃຫ້ແກ່ສັງຄົມ ແລະ ປະເທດຊາດ.

ການເຂົ້າຮ່ວມງານຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງຄະນະວິທະຍາສາດປ່າໄມ້ ໃນການສົ່ງເສີມວຽກງານຄົ້ນຄວ້າ, ສ້າງນະວັດຕະກຳ, ຖ່າຍທອດຄວາມຮູ້ທາງວິຊາການ ແລະ ປະກອບສ່ວນເຂົ້າໃນວຽກງານພັດທະນາປ່າໄມ້ ແລະ ການອະນຸລັກຊີວະນາໆພັນຢ່າງຍືນຍົງໃນ ສປປ ລາວ.

ທີ່ມາ: Facebook ຄະນະວິທະຍາສາດປ່າໄມ້

ຂຽນຄຳຕອບກັບ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *