ໃນວັນທີ 03 ຕຸລາ 2023, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປິດ-ເປີດ ສົກຮຽນໃໝ່ ປະຈຳປີຮຽນ 2023-2024, ການຈັດພິທີດັ່ງກ່າວມີ 3 ຈຸດປະສົງຄື: ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຮອງສາດສະດາຈານ.ປອ. ເດຊານຸລາດ ແສນດວງເດດ, ຮອງອະທິການບໍດີ, ມະຫາວິທະຍາໄລແຫ່ງຊາດ, ໂດຍມີ ທ່ານ ຄະນະບໍດີ, ຮອງຄະນະບໍດີ, ຄູອາຈານ-ພະນັກງານ ແລະ ນັກສຶກສາພາຍໃນຄະນະວິທະຍາສາດປ່າໄມ້ເຂົ້າຮ່ວມ. ໃນພິທີ ທ່ານ ສາດສະດາຈານ.ປອ.ນ.ລັດສະໝີ ບຸບຜາ, ຄະນະບໍດີ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນລາຍງານສະຫຼບຕີລາຄາຜົນງານປະຈຳສົກຮຽນ ແລະ ແຜນການປະຈໍາສົກຮຽນ 2023-2024. ຕະຫຼອດຊ່ວງສົກການສຶກສາ ຄູອາຈານພາຍໃນຄະນະວິທະຍາສາດປ່າໄມ້ ໄດ້ມີຄວາມຕັ້ງໜ້າຢ່າງຫ້າວຫັນໃນການຈັດຕັ້ງປະຕິບັດເພື່ອປະກອບສ່ວນໃນການສ້າງ ແລະ ພັດທະນາບຸກຄະລາກອນຂອງຊາດໂດຍຜ່ານວຽກງານການສິດສອນ, ການຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ. ໃນສົກສຶກສາ 2022-2023 ຄະນະວິທະຍາສາດປ່າໄມ້ມີ ນັກສຶກສາຮຽນຈົບທັງໝົດ 86 ຄົນ ເຊິ່ງໃນນັ້ນມີ ລະດັບປະລິນຍາໂທ 11 […]
Category Archives: Uncategorized
ວັນທີ 05.10.2022 ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານພິທີສະຫຼຸບສົກ ຮຽນ 2021-2022, ເປີດສົກຮຽນ 2022-2023 ແລະ ສະຫຼອງວັນຄູແຫ່ງຊາດ 07 ຕຸລາ 2022. ໃຫ້ກຽດເປັນປະທານໂດຍ ທ່ານ ສຈ ປອ ນ. ລັດສະໝີ ບຸບຜາ, ຄະນະບໍດີ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ເຊິ່ງໃນງານມີຜູ້ເຂົ້າຮ່ວມມີ ຄູອາຈານ, ພະນັກງານ, ນັກສຶກສາທີ່ຈົບໃໝ່ ແລະ ນັກສຶກສາທີ່ກຳລັງສຶກສາ ພາຍໃນຄະນະວິທະຍາສາດປ່າໄມ້. ທ່ານ ສຈ ປອ ສີທອງ ທອງມະນີວົງ ຮອງຄະນະບໍດີ ຄະນະວິທະຍາສາດປ່າໄມ້, ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ສົກປີ 2021-2022 ແລະ ແຜນການຈຸດສຸມປະຈຳສົກຮຽນ 2022-2023 ເຊິ່ງວ່າ ໃນສົກປີ 2021-2022 ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 148 ຄົນ ເປັນ ຍິງ 79 ຄົນ […]
ການອອກແຮງານຂອງນັກສຶກສາ
ການປະຕິບັດຕົວຈິງຂອງນັກສຶກສາປີສຸດທ້າຍ