Author Archives: ffs

ພິທີສະຫຼຸບສົກ ຮຽນ 2019-2023, ເປີດສົກຮຽນ 2023-2024 ແລະ ສະຫຼອງວັນຄູແຫ່ງຊາດ 07 ຕຸລາ 2023

ໃນວັນທີ 03 ຕຸລາ 2023, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີປິດ-ເປີດ ສົກຮຽນໃໝ່ ປະຈຳປີຮຽນ 2023-2024, ການຈັດພິທີດັ່ງກ່າວມີ 3 ຈຸດປະສົງຄື: ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ຮອງສາດສະດາຈານ.ປອ. ເດຊານຸລາດ ແສນດວງເດດ, ຮອງອະທິການບໍດີ, ມະຫາວິທະຍາໄລແຫ່ງຊາດ, ໂດຍມີ ທ່ານ ຄະນະບໍດີ, ຮອງຄະນະບໍດີ, ຄູອາຈານ-ພະນັກງານ ແລະ ນັກສຶກສາພາຍໃນຄະນະວິທະຍາສາດປ່າໄມ້ເຂົ້າຮ່ວມ. ໃນພິທີ ທ່ານ ສາດສະດາຈານ.ປອ.ນ.ລັດສະໝີ ບຸບຜາ, ຄະນະບໍດີ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນລາຍງານສະຫຼບຕີລາຄາຜົນງານປະຈຳສົກຮຽນ ແລະ ແຜນການປະຈໍາສົກຮຽນ 2023-2024. ຕະຫຼອດຊ່ວງສົກການສຶກສາ ຄູອາຈານພາຍໃນຄະນະວິທະຍາສາດປ່າໄມ້ ໄດ້ມີຄວາມຕັ້ງໜ້າຢ່າງຫ້າວຫັນໃນການຈັດຕັ້ງປະຕິບັດເພື່ອປະກອບສ່ວນໃນການສ້າງ ແລະ ພັດທະນາບຸກຄະລາກອນຂອງຊາດໂດຍຜ່ານວຽກງານການສິດສອນ, ການຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ. ໃນສົກສຶກສາ 2022-2023 ຄະນະວິທະຍາສາດປ່າໄມ້ມີ ນັກສຶກສາຮຽນຈົບທັງໝົດ 86 ຄົນ ເຊິ່ງໃນນັ້ນມີ ລະດັບປະລິນຍາໂທ 11 […]

ພິທີສະຫຼຸບສົກ ຮຽນ 2021-2022, ເປີດສົກຮຽນ 2022-2023 ແລະ ສະຫຼອງວັນຄູແຫ່ງຊາດ 07 ຕຸລາ 2022.

ວັນທີ 05.10.2022 ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານພິທີສະຫຼຸບສົກ ຮຽນ 2021-2022, ເປີດສົກຮຽນ 2022-2023 ແລະ ສະຫຼອງວັນຄູແຫ່ງຊາດ 07 ຕຸລາ 2022. ໃຫ້ກຽດເປັນປະທານໂດຍ ທ່ານ ສຈ ປອ ນ. ລັດສະໝີ ບຸບຜາ, ຄະນະບໍດີ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ, ເຊິ່ງໃນງານມີຜູ້ເຂົ້າຮ່ວມມີ ຄູອາຈານ, ພະນັກງານ, ນັກສຶກສາທີ່ຈົບໃໝ່  ແລະ ນັກສຶກສາທີ່ກຳລັງສຶກສາ ພາຍໃນຄະນະວິທະຍາສາດປ່າໄມ້. ທ່ານ ສຈ ປອ ສີທອງ ທອງມະນີວົງ ຮອງຄະນະບໍດີ ຄະນະວິທະຍາສາດປ່າໄມ້, ໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ສົກປີ 2021-2022 ແລະ ແຜນການຈຸດສຸມປະຈຳສົກຮຽນ 2022-2023 ເຊິ່ງວ່າ ໃນສົກປີ 2021-2022 ມີນັກສຶກສາທີ່ສຳເລັດການສຶກສາທັງໝົດ 148 ຄົນ ເປັນ ຍິງ 79 ຄົນ […]

ພິທີສະຫຼຸບຊຸດຮຽນ ຊຸດ ປີ 2016-2020 ແລະ ເປີດສົກຮຽນໃໝ່ 2020-2021

ໃນວັນທີ 12 ຕຸລາ 2020 ທີ່ຜ່ານມາ, ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ. ໄດ້ຈັດພິທີສະຫຼຸບຊຸດຮຽນ ຊຸດ ປີ 2016-2020 ແລະ ເປີດສົກຮຽນໃໝ່ 2020-2021. ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ຮສ ປອ ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງໃນງານກໍໄດ້ມີແຂກຈາກອ້ອມຂ້າງ ມຊ, ຄູອາຈານ ແລະ ນັກສຶກສາທີ່ຈົບໃນຊຸດຮຽນນີ້ເຂົ້າຮ່ວມຢ່າງພ້ອມພຽງ. ນອກນີ້ ທ່ານ ຮສ ປອ ລັດສະໝີ ບຸບຜາ, ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ຍັງໄດ້ສະຫລຸບໃຫ້ເຫັນເຖິງຜົນງານການຄົ້ນຄວ້າວິທະຍາສາດ ແລະ ການບໍລິການວິຊາການ ທີ່ຄູອາຈານ ຄປມ ໄດ້ຍາດແຍ່ງມາໄດ້ໃນໄລຍະຜ່ານມາ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະການປົກປັກຮັກສາຊັບພະຍາກອນປ່າໄມ້ໃຫ້ຍືນຍົງ. ໃນຊຸດຮຽນ ປີ 2016-2020 ນີ້ ຄະນະວິທະຍາສາດປ່າໄມ້ມີນັກສຶກສາທີ່ຈົບ ທັງໝົດ 491 ຄົນ, ໃນນັ້ນມີ ລະດັບປະລິນຍາເອກ 3 […]